ຍິນດີຕ້ອນຮັບ

วันอังคารที่ 29 มีนาคม พ.ศ. 2559

วันอาทิตย์ที่ 20 มีนาคม พ.ศ. 2559

ກ່ຽວກັບໂຄງການ

ໂຄງການຄົ້ນຄວ້າວິທະຍາສາດ

ຊື່ໂຄງການ:  ຄົ້ນຄວ້າ ແລະ ພັດທະນາແບບຢືນຍົງຊະນິດພັນພືດຜັກ ໃນການຜະລິດແນວພັນ ແລະ ເຕົ້າໂຮມ ຊະນິດພັນທ້ອງຖິ່ນ. 
  • ຈຸດປະສົງ ແລະ ເປົ້າໝາຍ ຂອງໂຄງການ:
1)   ໃຫ້ໄດ້ແນວພັນພືດຜັກຂອງທ້ອງຖິ່ນທີ່ມີຄຸນນະພາບບໍ່ຕໍ່າກວ່າ 8 ຊະນິດພັນ, ໃນໄລຍະເວລາການຄົ້ນ ຄວ້າ ເຊັ່ນ: ຜັກກິນໃບ, ຜັກກິນຫົວ, ຜັກກິນໝາກ ແລະ ຜັກກິນດອກ.
2)    ໃຫ້ໄດ້ວິທີການປູກພືດຜັກ ໂດຍການນຳໃຊ້ວິທະຍາສາດເຕັກນິກໃໝ່ ແລະ ປອດສານພິດ.
3)    ສົ່ງເສີມໃຫ້ຊາວກະສິກອນໄດ້ນໍາໄປປູກແນວພັນພືດຜັກທີ່ມີຄຸນຄ່າຕໍ່ສຸຂະພາບ ຢ່າງກວ້າງຂວາງ.
4)    ສັງລວມໃຫ້ໄດ້ແນວພັນພືດຜັກຂອງທ້ອງຖິ່ນທີ່ຫຼາກຫຼາຍ ແລະ ມີຄຸນນະພາບ.
5)  ສ້າງໃຫ້ໄດ້ພະນັກງານຄົ້ນຄວ້າໃນຂະແໜງການຕ່າງໆ, ຊອກຮູ້ບົດຮຽນວິທີການ ນຳເອົາວິທະຍາສາດເຕັກນິກ ເຂົ້າສູ່ການຜະລິດໃຫ້ຫຼາຍຂຶ້ນ.
6)    ຄົ້ນຄວ້າວິທະຍາສາດ ແລະ ນຳໃຊ້ເຕັກນິກ ວິທະຍາສາດ ແລະ ເຕັກໂນໂລຊີໃໝ່.
7)  ເພື່ອຈະໄດ້ສັງລວມ ແລະ ອານຸລັກແນວພັນຜັກພື້ນເມືອງໃນທ້ອງຖິ່ນ, ປົກປ້ອງຊະນິດພັນພືດຜັກທີ່ມີຄວາມ ສ່ຽງໄກ້ຈະສູນພັນ.
8)    ສົ່ງເສີມການປູກນຳໃຊ້ພັນພືດຜັກທ້ອງຖິ່ນຂອງແຂວງອຸດົມໄຊແບບຢືນຍົງ.
9)    ເຜີຍແຜ່ ແລະ ນໍາໃຊ້ຜົນສຳເລັດຂອງການຄົ້ນຄວ້າ ດ້ວຍຮູບການຕ່າງໆ
10)  ເພື່ອຫຼຸດຜ່ອນການນຳເຂົ້າແນວພັນຜັກຈາກຕ່າງປະເທດ.
11)   ສົ່ງເສີມການຜະລິດ, ແນ່ໃສ່ແກ້ໄຂບັນຫາຄວາມຂາດແຄນແນວພັນຜັກທີ່ມີຄຸນນະພາບ ແລະ ມີຜົນຜະ ລິດສູງ.
12)  ນຳໃຊ້ເຕັກນິກວິທະຍາສາດວິທະຍາການ ໃຫ້ໄດ້ຜົນຜະລິດພືດຜັກທີ່ມີຄຸນນະພາບສູງ.
  • ຜົນປະໂຫຍດ ແລະ ຜົນໄດ້ຮັບຂອງໂຄງການ
ໂຄງການຄົ້ນຄ້ວາ ແລະ ພັດທະນາແບບຢືນຍົງຊະນິດພັນພືດຜັກ ໃນການຜະລິດແນວພັນ ແລະ ເຕົ້າໂຮມຊະນິດພັນ  ທ້ອງຖິ່ນ ຢູ່ແຂວງອຸດົມໄຊ ເພື່ອການພັດທະນາ ດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີໃໝ່, ເມື່ອໂຄງການສຳເລັດລົງ ຈະມີໝາກຜົນດັ່ງນີ້:
1)  ວິຊາການຈະມີປະສົບການໃນການຄົ້ນຄວ້າ, ສົ່ງເສີມການຜະລິດແນວພັນຜັກປອດສານເຄມີ, ສາມາດນຳເອົາ ບົດຮຽນດັ່ງກ່າວໄປເຜີຍແຜ່ຕໍ່ໄປ.
2)    ມີຕົວແບບການຜະລິດແກ່ນແນວພັນພືດຜັກທີ່ໝັ້ນຄົງ ແລະ ມີວິທະຍາສາດ.
3) ສາມາດທ້ອນໂຮມແນວພັນພືດຜັກຂອງທ້ອງຖິ່ນທີ່ຫຼາກຫຼາຍ ແລະ ສາມາດຈັດແນວພັນພືດຜັກຢ່າງເປັນລະ ບົບຂອງແຕ່ລະໝວດ.
4)  ມີຮູບແບບການຜະລິດໃໝ່, ມີກົນໄກຄຸ້ມຄອງການຜະລິດ, ມີລະບົບສົ່ງເສີມການຜະລິດແກ່ນແນວພັນຜັກເພື່ອ ເປັນບົດຮຽນໃຫ້ແກ່ກຸ່ມ ຜະລິດອື່ນໆ.
5)   ຫຼຸດຜ່ອນການນຳເງິນຕາອອກຕ່າງປະເທດໄປຊື້ແນວພັນ ແລະ ປັດໃຈການຜະລິດອື່ນໆ ເຊັ່ນ: ປຸຍ, ຢາປາບ ສັດຕູພືດ.
6)    ສາມາດຜັນຂະຫຍາຍຜົນການຄົ້ນຄວ້າ ໃຫ້ຊາວກະສິກອນໄດ້ມີຄວາມຮູ້, ຄວາມຊຳນານໃນການຜະລິດແນວ ພັນພືດຜັກ, ມີກຸ່ມຜະລິດພືດ ຜັກທີ່ເຂັ້ມແຂງ, ປະກອບສ່ວນໃຫ້ຂະບວນການຜະລິດຜັກປອດສານເຄມີອອກ ຮັບໃຊ້ສັງຄົມ ທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສະພາບແວດລ້ອມ. 

ການດຳເນີນໂຄງການ 

I. ຂັ້ນຕອນ ແລະ ວິທີການ
   ສ້າງພື້ນຖານໂຄງລ່າງ, ເກັບກຳຂໍ້ມູນ-ຊື້ ແນວພັນ, ກະກຽມອຸປະກອນ, ກະກຽມຝຸ່ນ, ຂຸດຄາດໄຖ, ລົງແນວພັນ, ຕິດຕາມບົວລະບັດຮັກສາ, ຈົດບັນທຶກຂໍ້ມູນການຈະເລີນເຕີບໂຕ-ເກັບຮູບພາບ ໂຕແຕ່ລະໄລຍະ,  ເກັບກູ້ເອົາ ແນວພັນທີ່ແກ່, ເກັບຮັກສາ ແກ່ນ,...
II. ການຈັດຕັ້ງປະຕິບັດກິດຈະກຳໂຄງການໄດ້ແບ່ງອອກເປັນ 3 ໄລຍະຄື:
ໄລຍະທີ 1
 - ກໍ່ສ້າງພື້ນຖານໂຄງລ່າງ
 - ເກັບກຳຂໍ້ມູນ, ສັງລວມ ແລະ ຈັດຊື້ແນວພັນ ໃນຈຸດເມືອງເປົ້າໝາຍ 
 - ປູກຄັດເລືອກແນວພັນ
ໄລຍະທີ 2
 - ນຳແນວພັນທີ່ຄັດເລືອກໄລຍະທີ 1 ໄປປູກເອົາແນວພັນ
 - ເກັບກຳຂໍ້ມູນ
 - ສົມທຽບແນວພັນ
ໄລຍະທີ 3 
 - ປູກເອົາແນວພັນ
 - ບັນຈຸຫຸ້ມຫໍ່ແນວພັນ
 - ໂຄສະນາເຜີຍແຜ່ 




ກວຕ ລົງຊຸກຍູ້ ແລະ ປະເມີນໂຄງການ

ຄະນະຊີ້ນຳ ແລະ ບໍລິຫານ ໂຄງການ

ລະບົບການບໍລິຫານໂຄງການ



+ ຄະນະຊີ້ນຳໂຄງການ

ທ່ານ ສົມແພງ ໄພຍາວົງ               ຫົວໜ້າໂຄງການ
ທ່ານ ກິແກ້ວ ສິງນາວົງ                ຮອງຫົວໜ້າໂຄງການ
ທ່ານ ຫຸມແພງ ແສງສຸລີ               ຮອງຫົວໜ້າໂຄງການ
 
+ ຄະນະທິມງານ ແລະ ບໍລິຫານໂຄງການ
ທ່ານ ສີວອນ ເພັງມີໄຊ                 ຫົວໜ້າທິມງານ ແລະ ບໍລິຫານໂຄງການ
ທ່ານ ແສງສະທິດ ພູມມະວົງ          ວິຊາການໂຄງການ
ທ່ານ ສົມສະໜຸກ ແກ້ວວອນຈັນ      ວິຊາການໂຄງການ
ທ່ານ ວິໄລຈິດ ສີລິສັກ                 ວິຊາການໂຄງການ
+ ຊ່ວຍວຽກບໍລິຫານ
     1)  ທ່ານ ນ.ວັນປະກອບ ພົມມະວິຈັກ     
      2) ທ່ານ ນ.ວັນສີ ສຸດທິດາພອນ            

  

ໝາກແປບ


 






ຖົ່ວຝັກຍາວ